ການນຳໃຊ້ຂັ້ນພື້ນຖານ


ໃນບົດສອນນີ້ຈະສະແດງວິທີການເອົາສິນຄ້າເຂົ້າລະບົບ, ເພີ່ມຈຳນວນສາງສິນຄ້າ, ໜ້າຕາງການຂາຍແລະວິທີເບິ່ງລາຍງານຂັ້ນພື້ນຖານ

ຂັ້ນຕອນ 1. ການເພີ່ມສິນຄ້າໃຫ່ມ

ຫລັງຈາກເຂົ້າລະບົບແລ້ວເປີດເມນູທາງຂ້າງແລ້ວເລືອກ ສາງສິນຄ້າ


ຫລັງຈາກນັ້ນກົດ ສິນຄ້າ


  1. ກົດປຸ່ມ + ເພື່ອເລີ່ມຕົ້ນເອົາສິນຄ້າໃຫ່ມເຂົ້າ
  2. ຕື່ມລະຫັດສິນຄ້າ, ຊື່, ປະເພດ, ພາສີ ແລະລາຄາ
  3. ຫລັງຈາກນັ້ານກົດເຊບເພື່ອບັນທຶກ


ຂັ້ນຕອນ 2. ການເອົາຈຳນວນສິນຄ້າເຂົ້າສາງ

  1. ເປີດເມນູທາງຂ້າງ
  2. ແລ້ວເລືອກ ສາງສິນຄ້າ
  3. ຫລັງຈາກນັ້ນກົດ ສິນຄ້າເຂົ້າ-ອອກ

  1. ກົດຈຳນວນທີ່ຕ້ອງການເພີ່ມ
  2. ເລືອກຫມວດຫູ່ມແລະກົດໃສ່ສິນຄ້າທີ່ຕ້ອງການເພີ່ມ
  3. ກົດ ຈ່າຍ ເພື່ອເພີ່ມຈຳນວນສິນຄ້າ


ຂັ້ນຕອນ 3. ການເບິ່ງລາຍງານຂອງສາງເຄື່ຶອງ

  1. ເປີດເມນູທາງຂ້າງ
  2. ແລ້ວເລືອກ ສາງສິນຄ້າ
  3. ຫລັງຈາກນັ້ນກົດ ບັນຊີສິນຄ້າ

ຫລັງຈາກນັ້ນກົດ ສ້າງບົດລາຍງານ



ຂັ້ນຕອນ 4. ການຂາຍສິນຄ້າ

  1. ເປີດເມນູທາງຂ້າງ
  2. ແລ້ວເລືອກ ການຂາຍ

ເລືອກຫມວດຫມູ່ແລະສິນຄ້າຫລັງຈາກນັ້ນກົດເລືອກ ແລ້ວສິນຄ້າຈະປາກົດໃນລຳດັບການຂາຍ


  • ເລືອກສິນຄ້າທີ່ຕ້ອງການ
  • ໃຊ້ປຸມ ເພີ່ມ ຫລື ລົບ ເພື່ອເພີ່ມຫລືຫລຸດຈຳນວນສິນຄ້າ

  1. ເລືອກສິນຄ້າທີ່ຕ້ອງການ
  2. ໃຊ້ປຸມ ເພື່ອແກ້ໄຂລາຍການສິນຄ້າເຊັ່ນ ຊື່, ລາຄາ ຈຳນວນ
  3. ກົດ ໂອເຄ ເພື່ອຕົກລົງ ຫລື ຍົກເລີກ

  1. ກົດ ຈ່າຍ ເມື່ອພ້ອມທີ່ຈະຄິດໄລ່ເງິນ
  2. ເລືອກຈຳນວນເງິນຕາມທີ່ໄດ້ຮັບ
  3. ກົດ ໂອເຄ ເພື່ອຕົກລົງ

ຫລັງຈາກນັ້ນຈະເຫັນຈຳນວນເງິນທອນ ແລະລະບົບຈະພິມໃບຮັບເງິນຕາມທີ່ລາຍການຂອງສິນຄ້າ



ຂັ້ນຕອນ 5. ການປິດບັນຊີປະຈຳວັນ

  1. ເປີດເມນູທາງຂ້າງ
  2. ແລ້ວເລືອກ ປິດເງິນສົດ

ໃນໜ້າຕາງຈະສັງລວມເລີ່ມຈາກຄັ້ງສຸດທ້າຍຂອງການປິດ, ເຊິ່ງຈະລວມມີຈຳນວນການຂາຍທັງຫມົດ ເງິນທີ່ໄດ້ຮັບ ພາສີ ຈຳນວນການເປີດຂອງຕູ້ເກັບເງິນ ແລະກຳໄລ. ກົດ Close Cash ເພື່ອຢືນຢັນແລ້ວລະບົບຈະພີມໃບບິນເພື່ອເປັນສິງອ້າງອີງ




ຂັ້ນຕອນ 6. ການເບິ່ງລາຍງານການຂາຍ

  1. ເປີດເມນູທາງຂ້າງ
  2. ແລ້ວເລືອກ ການຂາຍ
  3. ຫລັງຈາກນັ້ນກົດ ການຂາຍສິນຄ້າ

  1. ເລືອກເວລາເລີ່ມຕົ້ນຂອງບົດລາຍງານ
  2. ເລືອກເວລາສິ້ນສຸດຂອງບົດລາຍງານ
  3. ຫລັງຈາກນັ້ນກົດ ສ້າງບົດລາຍງານ
  4. ແລ້ວທ່ານຈະເຫັນບົດລາຍງານການຂາຍໃນເວລາທີ່ກຳນົດ


ໃນບົດສອນນີ້ສະແດງໃຫ້ເຫັນວ່າທ່ານສາມາດນຳໃຊ້ລະບົບເຂົ້າໃນການຈັດການການຊື່ຂາຍໃຫ້ເປັນລະບົບແລະມີປະສິດທິພາບຫລາຍຂຶ້ນ ຫລຸດຜ່ອນຄວາມຫຍຸ້ງຍາກແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ຊຶ້ແລະຜູ້ຂາຍ ເຊິງບາງໜ້າທີ່ເຮັດວຽກທີ່ເປັນປະໂຫຍດອາດຈະບໍ່ໄດ້ນຳສະເໜີ ຖ້າຫາກທ່ານຕ້ອງການຢາກເຫັນໜ້າທີ່ການໃຊ້ງານໃດເປັນພິເສດສາມາດຂຽນຫາພວກເຮົາໄດ້ ທີ່ນີ້